ບຸນປີໃໝ່ລາວ Nouvel An Lao New Year 2026

ບຸນປີໃໝ່ລາວ Nouvel An Lao New Year

ສູດນໍ້າມົນ - BÉNÉDICTIONS DES EAUX - WATER BLESSINGS

 //
ນັບຖອຍຫຼັງ

ການສຫຼອງ ບຸນປີໃໝ່ລາວ ພ.ສ ໒໕໖໙-2569 ຂອງ ຄົນລາວຢູ່ທົ່ວໂລກ ທີ່ ທະວີບ ອາເມຣີກາ ອົສຕຣາລີ ຢູໂຣບ ອາຊີ-ລາວ ພະສົງຫົດນໍ້າມົນໃສ່ ແມ່ອອກ ພໍ່ອອກ ໄລ່ມານໜີ ໃຫ້ມີແຕ່ ຄວາມສຸກ.

ບຸນປີໃໝ່ລາວ ບຸນຫົົດນໍ້າ ຫຼື ຕຸດສົງການ

ປີໃຫມ່ລາວ ມີຂື້ນທຸກໆປີ ລະຫວ່າງ ວັນທີ 13(14) ເຖີງ 16 ເດືອນ ເມສາ ຕາມປະຕິທິນລາວ ເມື່ອຮອດຕຸດສົງການປີໃຫມ່ ແຕ່ລະປີ ປະຊາຊົນລາວ ໃດ້ເລີ້ມຕົ້ນ ທາງສາດສະໜາ ຫົດສົງພະພຸດທະຮູບ ຕາມວັດຕ່າງໆ ພາຍຫຼັງ ຟັງທັມະເທສະໜາ ຫຼັງຈາກນັ້ນ ກໍ່ມີການ ແຮ່ນາງສັງຂານ ນໍ້າໃດ້ຕົກເປັນ ສັນຍາລັກ ຂອງ ຄວາມງາມ ຄວາມຮຸ່ງເຮືອງ ຄວາມແຂງແຮງ ເປັນສີ່ງທີ່ສັກສີດ ທູກໆ ຊີວິດ ຕ້ອງອາໃສ ນໍ້າ ເພື່ຶອຢູ່ ແລະ ຊ່ວຍໃຫ້ ທໍໍາມາຊາດ ເຕີບໂຕຮຸ່ງເຮືອງ ອານີຈັງ...ຖ້າໂລກນີ້ບໍ່ມີນໍ້າ !

ນີທານ ນາງສັງຂານ ແລະ 6 ເອື້ອຍນ້ອງ ກະແມ່ນ ນໍ້າ ເປັນຫຼັກສໍາຄັນ : ພະຍາ ກາບິນລະພົມ ໄດ້ຕັ້ງຄຳຖາມ ສາມຂໍ້ ລາສີຂອງຄົນ ໃນຕອນເຊົ້າ ຕອນສວາຍ ແລະ ຕອນແລງຢູ່ໃສ ?
ຕອນເຊົ້າ ລາສີ ຂອງຄົນຢູ່ທີ່ຫນ້າ ຄົນຈິ່ງມັກສວ່າຍຫນ້າ ລ້າງຕາ (ນ້ຳ)
ຕອນສວາຍຢູ່ຫນ້າເອີກຄົນເຮົາ ຈິ່ງມັກເອົານ້ຳລູບຫນ້າເອີກ ຫລື ລ້າງຕົນໂຕເລົາຄີງ
ສ່ວນຕອນແລງ ລາສີຢູ່ທີ່ ຕີນ ຄົນ ຈິ່ງມັກລ້າງຕີນກ່ອນເຂົ້ານອນ (ນ້ຳ)

ເບີ່ງບຸນຊ່ວງເຮືອ - Fête des pirogues - Boats Festival


Credit Sengphachanh


Credit Sengphachanh
Credit Nana Inxisiengmaii

ຕອນບ່າຍ ຕາມແຄມຂອງ ■ ເບີ່ງບຸນຊ່ວງເຮືອ ຕອນແລງ ຢູ່ເດີ່ນວັດ ■ ເບີ່ງຕີມວຍ
ເພັດນໍ້າໂຂງ v ທອງລໍາພູນຄູ່ພີເສດ ສພຈ ພົບ ຂວນໃຈແມ່ຮ້າງ ■ ຟ້ອນລໍາວົງ ນາງສາວ ນັ່ງລໍຖ້າອ້າຍບ່າວ ເອົາພວງມະໄລ ມາໂຄ້ງຂື້ນຟ້ອນລໍາວົງ Taiy Akard ໃຈຫັ້ນນ່າ

ໂຊກດີປີໃໝ່
ບຸນຊ່ວງເຮືອ ຢູ່ ຫຼວງພຣະບາງ ແລະ ຢູ່ ຕ່າງປະເທດ

ບຸນຊ່ວງເຮືອຊັນດີໂກUSA
ບຸນຊ່ວງເຮືອ น้ำตาสาวลาวใต้
บ่โสดบ่อนุญาตให้จีบ-ปลาย กนกพร

ເບີ່ງຕີມວຍ

ONE Championship
ເພັດນໍ້າໂຂງ v ທອງລໍາພູນ
ONE ลุมพินี
น้องโอ้ ลาวล้านช้าง
น้องเบีย ลาวล้านช้าง
น้องโอ้ขวัญใจแม่ร้าง
ONE ลุมพินี
มาร์วิน ดิททริช vs น้องเบีย ลาวล้านช้าง
ມາເຢີຂວນເອີຍ: ອ.ຈ.ຄຳພູ ທະວີວັນ
ປູ່ຈັນ: ອ.ຈ.ຄຳພູ ທະວີວັນ

ພູມສາດ ແຫຼ່ງກໍາເນີດແມ່ນໍ້າຂອງ

ພູມສາດ ແຫຼ່ງກໍາເນີດຂອງ ແມ່ນໍ້າຂອງ
ຈອມພູ ກົົວຊົງໝູຊາ-果宗木查-Guozongmucha
ແມ່ນໍ້າຂອງ ເປັນ ອັນດັບທີ 10 ຂອງໂລກ
ແລະ ເປັນອັນດັບ 4 ໃນເອເຊຍ
ທີ່ມີຈຸດແຫຼ່ງ ອອກຈາກ ບໍ່ນໍ້າ ສາຍພູຫີມະ-ສາຍພູນໍ້າກ້ອນ
ກົົວຊົງໝູຊາ-果宗木查-Guozongmucha
ລວມເຂົ້າໃນກູ່ມ (ສາຍພູ ຮີມາລາຍາ-Himalayas)
ທີ່ມີີຄວາມສູງ 5 514 ແມັດ -> ບໍ່ນໍ້າ-ຫ້ວຍນໍ້າ-fountain (Lasagongma)
ແຂວງ ຊີງຮາຍ-青海-Quinghai ສປຈີນ

ສາຍພູ ຮີມາລາຍາ-Himalayas ມີປະມານ 15 000 ແລ່ງ ເປັນຫີມະ-ນໍ້າກ້ອນ
ເປັນອັນດັບ 3 ຂອງໂລກ ທີ່ ປະດິດ ໄອສແບກ-iceberg ຫລັງຈາກ ອັງຕາກຕີກາ-Antarctica ແລະ ອາກຕີກ-Arctic.

ແມ່ນໍ້າຂອງ ມີສອງຊື່ ລ້ານຊ້າງ ແລະ ແມ່ຂອງ

ຊີງຮາຍ -青海 - Quinghai Plateau
ສີເຫຼືອງ ບໍ່ ນໍ້າສ້າງ ຈອມໂລກ
ຄວາມສູງ 5 514 ແມັດ
ປະດິດແມ່ນໍ້າ:
• 长江 ຢັງເຊກຽງ Yang-Tsé-Kiang 6 300 ກິໂລແມັດ
• 黃河 ຮ້ວງເຮ Yellow River 5 464 ກິໂລແມັດ
• 澜沧江 ລ້ານຊ້າງ Lancang 2 130 ກິໂລແມັດ + ແມ່ຂອງ 湄公河 Mekong 2 750 ກິໂລແມັດ = 4 880 ກິໂລແມັດ
• 怒江 ສາລະວີນ Salween
• ອີຣາວາດີ Irrawaddy
• ແລະ...ໆ

ຈາກ ຈອມພູ ກົົວຊົງໝູຊາ-果宗木查-Guozongmucha
ມີີຄວາມສູງ 5 514 ແມັດ
ບໍ່ນໍ້າ-ຫ້ວຍນໍ້າ-fountain (Lasagongma)

ເມື່ອນໍ້າກ້ອນເປື່ອຍ ອອກ ເປັນ ນໍ້າ ໄຫຼ ຕາມຫ້ວຍ ນ້ອຍໆ ແຈກຢາຍກັນໄປ ຢ່າງ ຫຼວງຫຼາຍ ໄຫຼເຂົ້າສູ່ຕາມຫ່ອມພູ ຈົນເຖີງ ແມ່ນໍ້າ ລ້ານຊ້າງ-澜沧江-Lancang River.
ແມ່ນໍ້າຂອງ ພາຍໃນປະເທດ ຈີນ ມີຊື່ວ່າ ລ້ານຊ້າງ-澜沧江-Lancang ໄຫລຜ່ານ ສີສະຫວັນບ້ານນາ ຫຼື ສີບສອງພັນນາ 西双版纳傣族自治州 Xishuangbanna ແຂວງ ຢູໜານ ມີຄວາມຍາວ 2 130 ກິໂລແມັດ ຮອດຊາຍແດນ ພະມ້າ ລາວ ນັບແຕ່ ອອກຈາກ ຊາຍແດນຈີນ ເພີ່ນຈື່ງເອີ້ນວ່າ ແມ່ຂອງ-湄公河-Mekong River ໄຫລລົງໄປ ຜ່ານ ພະມ້າ ລາວ ໄທ ກຳປູເຈຍ ຫວຽດນາມ ມີຄວາມຍາວ 2 750 ກິໂລແມັດ ແລ້ວຈື່ງໄຫຼອອກຈາກ ຫວຽດນາມ ເຂົ້າຊູ່ທະເລຈີນ ຄວາມຍາວລວມທັງໝົດ 4 880 ກິໂລແມັດ. ມໍລະດົກ ທຳມະຊາດ ປີ 2003 "ສາມແມ່ນໍ້າ" ແມ່ນໍ້າຢາງຊີກຽງ ແມ່ນໍ້າຂອງ ແລະ ແມ່ນໍ້າສາລະວີນ ໄຫຼໃນ ສວນສາທາລະນະ ແຫ່ງຊາດ ທີ່ໃຫຍ່ທີ່ສຸດໃນແຂວງ ຢຸນນານ (ຈີນ)

ຈາກ ຈອມພູ ກົົວຊົງໝູຊາ-果宗木查-Guozongmucha 5 514 ແມັດ





ໜຶ່ງ ໃນພູມສາດທີ່ຍິ່ງໃຫຍ່ທີ່ສຸດ ແລະ ມີຄວາມ ລຶກລັບທີ່ສຸດໃນໂລກ ກໍ່ໄດ້ຮັບການແກ້ໄຂ ຈາກ ນັກວິທະຍາສາດ (ຈີນ - ຍີ່ປຸ່ນ) ຄົ້ນພົບ ແຫຼ່ງກໍາເນີດຂອງ ແມ່ນໍ້າຂອງ ໃນປີ 1994.

ແມ່ນໍ້າ ລ້ານຊ້າງ-澜沧江-Lancang River

ແມ່ນໍ້າຂອງ ມີສອງຊື່ ລ້ານຊ້າງ ແລະ ແມ່ຂອງ ພາຍໃນປະເທດ ຈີນ ມີຊື່ວ່າ ລ້ານຊ້າງ-澜沧江-Lancang ໄຫລຜ່ານ ສີສະຫວັນບ້ານນາ ຫຼື ສີບສອງພັນນາ 西双版纳傣族自治州 Xishuangbanna ແຂວງ ຢູໜານ ມີຄວາມຍາວ 2 130 ກິໂລແມັດ ຮອດຊາຍແດນ ພະມ້າ ລາວ ນັບແຕ່ ອອກຈາກ ຊາຍແດນຈີນ ເພີ່ນຈື່ງເອີ້ນວ່າ ແມ່ຂອງ-湄公河-Mekong River ໄຫລລົງໄປ ຜ່ານ ພະມ້າ ລາວ ໄທ ກຳປູເຈຍ ຫວຽດນາມ ມີຄວາມຍາວ 2 750 ກິໂລແມັດ ແລ້ວຈື່ງໄຫຼເຂົ້າຊູ່ທະເລຈີນ ຄວາມຍາວລວມທັງໝົດ 4 880 ກິໂລແມັດ.

ສະຕະວັດ ທີ 5 ກ່ອນ ຄ.ສ "ອ້າຍລາວ 哀牢国 Ailao"

■ "ອ້າຍລາວ 哀牢国 Ailao" ໃນສະຕະວັດ ທີ 5 ກ່ອນ ຄ.ສ. ນັກຂຽນປະຫວັດສາດ ຈີນ ໃນສະໄໝ ຣາຊະວົງ (ຫັ້ນ Han 漢) ມີຊື່ວ່າ: ຊີມາ ກີເອີນ - 司馬遷 - Sima Qian ແມ່ນ ໄດ້ ຂຽນ ໃນປື້ມ ພົງສາວະດານ ຂອງ ຣາຊະວົງ (ຫັ້ນ Han 漢) ວ່າ: ບັນດາຊົນເຜົ່າ ໄດ 为傣 Dai ພວກ "ອ້າຍລາວ" ໄດ້ອາໃສຢູ່ ຕາມ ເຂດເທິງ ແລະ ກາງ ຂອງ ແມ່ນໍ້າ (ລ້ານຊ້າງ 瀾滄江 Lancang) ແລະ ແມ່ນໍ້າ ນູ (Nu Jiang) ພາກຕາເວັນຕົກສຽງໃຕ້ຂອງ ຈີນ ມີຊື່ວ່າ "ເມືອງຊ້າງ 勐掌 Mengzhang" ມີຜູ້ນໍາ ເອີ້ນວ່າ "ເຈົ້າຫຼວງ 诏隆 Zhaolong(Jiulong)"(ໝາຍ ຄວາມວ່າ "ກະສັດໃຫຍ່, ພາສາຈີນ 大王"), ແລະ ຫຼາຍເມືອງ ໂຮມເຂົ້າກັນ ເອີ້ນວ່າ "ອານາຈັກ ອ້າຍລາວ 哀牢国 Ailao dynasty" ຫຼື "ເຂດແດນອ້າຍໃຫຍ່", ພາສາຈີນ 大哥 ).

■ ແລະ ປາຈຸບັນ ແມ່ນ ສິບສອງພັນນາ 西双版纳傣族自治州 Xishuangbanna ແຂວງ ຢຸນນານ (ໃຕ້ຫຼູ່ມເມກ) 云南 Yunnan. ພວກ "ອ້າຍລາວ" ມີວັດທະນະທັມທາງດ້ານຈິດໃຈ ໄດ້ສະແດງອອກໃນການດໍາລົງຊິວິດ ດ້ວຍຄວາມປອດໃສຂາວສະອາດ ມີຄວາມໂອບເອື້ອອາລີ ຍີ້ມແຍ້ມ ນັບຖືຜູ້ອາວຸໂສ ຮັກແພງເດັກນ້ອຍ ມີສີລະທັມ ມີຄວາມຊື່ສັດ ມີພາສາລາວເປັນຫຼັກ (ເພາະມີຫຼາຍຊົນເຜົ່າ ໄດ້ອາໃສຢູ່ນໍາອ້າຍລາວ ແຕ່ລະຊົນເຜົ່າມີ ພາສາ ຄວາມເສື່ອຖື ຮີດຄອງປະເພນີ ການໜູ່ງຖື ທີ່ເປັນຂອງຕົນເອັງ ອາໄສຢູ່ຄຽງຂ້າງກັນມາ ກັບ ວັດທະນະທັມ ອ້າຍລາວ ດ້ວຍຄວາມປອງດອງອຸດົມສົມບູນ) ອ້າຍລາວມີພິທີກຳຕ່າງໆເຊັ່ນ: ການເກີດ ການບວດ ການແຕ່ງດອງ ມີສີລະປະ ດ້ານ ດົນຕຣີ ມີຄວາມມ່ວນຊື່ນ ມີພິທີ ສົ່ງສະການ(ການຕາຍ) ມີ ວັດທະນະທັມສູງ ແລະ ອື່ນໆ. ມີວັດທະນະທັມທາງດ້ານວັດຖຸ ສີລະປະ ຫຼໍ່ ປັ້ນຄວດ ທອງແດງ ທອງກວ່າ ທອງຄໍາ ຮູ້ ລ້ຽງມອນ ເຮັດຜ້າໄໝ ທີ່ມີຄຸນນະພາບສູງ ຜ້າໄໝບ່ຽງ ທີ່ມີຄວາມງາມ ມີສີສັນ ພັດທະນາປະເທດ ດ້ານເສດຖະກິດ ມີ ຄວາມສີວີໄລ ຮູ້ວີທີ ເຮັດໄຮ່ ເຮັດນາ ລ້ຽງ ງົວ ຄວາຍ ເປັດ ໄກ່ ຮູ້ຈັກ ຕຶກເບັດຕຶກປາ ມີ ຄວາມອຸດົມສົມບູນ ມີ ສັງຄົມ ມີການເສື່ອຖື ວັດວາອາຣາມ ມີພະທາດໃຫຍ່ "ເມືອງ ອ້າຍລາວ" ມີ ພອນທີບ ຝຶກອົບຮົມສັດປ່າ ເຊ່ນ ຊ້າງ ມີ ຊ້າງຫຼາຍ ປະຊາຊົນ ໃຊ້ ຊ້າງ ເປັນ ພາຫານະ ໃຊ້ ຊ້າງ ລໍາລຽງ ເຮັດວຽກ ໃຊ້ ຊ້າງ ເຮັດ ເສິກສົງຄາມ ດັ່ງນັ້ນ ຂຸນບັນລັງ ອານາຈັກ ຫັ້ນ(漢 Han) ຈື່ງໃຫ້ຊື່ "ເມືອງ ອ້າຍລາວ" ເປັນ "ອານາຈັກ ລ້ານຊ້າງ ຫຼືອານາຈັກ ມີ ຊ້າງຫຼາຍ, ພາສາຈີນ 象国 ". ອານາຈັກ ອ້າຍລາວ ໄດ້ຖືກບັນທຶກໄວ້ໃນປະຫວັດສາດ ເພາະ ກະສັດອົງ ທຳອິດຂອງອານາຈັກອ້າຍລາວ ມີການພົວພັນກັບລາຊະວົງ ຫັ້ນ 漢.
■ ປະຫວັດສາດຂອງຣາຊະວົງ ຫັ້ນ 漢 Han ໄດ້ກ່າວເຖິງ "ອານາຈັກ ອ້າຍລາວ 哀牢国 Ailao". ຍ້ອນວ່າປະຊາຊົນໃນເຂດ ແມ່ນ ຜູ້ ສ້ຽວຊານຂີ່ຊ້າງ ແລະ ສະພາບແວດລ້ອມການ ດຳ ລົງຊີວິດຂອງພວກ ອ້າຍລາວ 哀牢国 Ailao ປອດໃສຂາວສະອາດ ກໍ່ຄ້າຍຄືກັບຊາວເຜົ່າ ທາງພາກໃຕ້ຂອງລາຊະວົງ ຫັ້ນ. ຊື່ "ອ້າຍລາວ" "ອານາຈັກ ອ້າຍລາວ 哀牢国 Ailao" ຫາຍໄປໃນທ້າຍສະຕະວັດ...
■ ໃນຕົ້ນສະຕະວັດທີ 13 ກອງທັບມົງໂກນ ແລະ ຢວນ(ຣາຊະວົງ"ຢວນ" ແມ່ນລູກຫຼານມົງໂກນຂອງ ເຈັນສິສຂ່ານ-Gensis Khan ເຊິ່ງສ້າງຕັ້ງຂຶ້ນໂດຍ ກຸບໄລຂ່ານ-Kunilai Khan ໃນປີ 1271 ໄດ້ປົກຄອງ ພາກເໜືອຂອງຈີນ ຈົນຮອດປີ 1368) ໄດ້ເປີດການໂຈມຕີຂະໜາດໃຫຍ່ຕໍ່ ເຂດແດນ ອ້າຍລາວ ປະຈຸບັນແມ່ນແຂວງຢຸນນານ ເຮັດໃຫ້ ບັນພະບຸລຸດອ້າຍລາວ ພ້ອມດ້ວຍປະຊາຊົນຈາກທຸກຊົນເຜົ່າໄດ້ຫຼົບໜີຈາກສົງຄາມ ແລະ ອົບພະຍົບລົງໄປທາງໃຕ້ ຕາມແຄມແມ່ນ້ຳຂອງ.
■ ໄດ້ສ້າງຕັ້ງອານາຈັກໄທ
■ ໄດ້ສ້າງຕັ້ງອານາຈັກລາວລ້ານຊ້າງ
■ ໄດ້ສ້າງຕັ້ງອານາຈັກສານ-Shan ໄທໃຫຍ່ ປາຈຸບັນ ມ່ຽນມາ-Muang Maan
■ ເຮັດໃຫ້ ບັນພະບຸລຸດອ້າຍລາວ ອີກກູ່ມໜຶ່ງທີ່ແຍກຕົວອອກຈາກອານາຈັກດາລີ-Dali(ປະຈຸບັນຢູ່ໃນແຂວງຢຸນນານ) ໄດ້ເດີນທາງໄປທາງທິດເໜືອຂອງແມ່ນ້ຳພະພົມບຸດ-Brahmapoutre ໃນພາກຕາເວັນອອກສຽງເໜືອຂອງອິນເດຍ ແລະ ໄດ້ສ້າງຕັ້ງອານາຈັກເມງດຸນຊຸນຮານ-Mengdun Shunhan ເຊິ່ງຊາວທ້ອງຖິ່ນເອີ້ນວ່າ "ອັດສຳ-Assam" (ໄຕອາຫົມ ໄຕຄັມຕີ).

ສິບສອງພັນນາ ຢູນນານ - ລາວ

"ອັດສຳ"(ໄຕອາຫົມ - ໄຕຄັມຕີ) ແມ່ນ້ຳພະພົມບຸດ ພາກຕາເວັນອອກສຽງເໜືອຂອງປະເທດ ອິນເດຍ

ລ່ອງເຮືອ ຕາມສາຍ ແມ່ນໍ້າຂອງ Croisière nostalgique - Nostalgic Mekong Cruise
ຊາວ ຢູນນານ ເວົ້າວ່າ ຖ້າເຈົ້າມາ ສິບສອງພັນນາ 西双版纳傣族自治州 Xishuangbanna (ໃຕ້ຫຼູ່ມເມກ) ຖ້າເຈົ້າບໍ່ໄດ້ຂີ່ເຮືອເລາະ ຕາມແມ່ນໍ້າ ລ້ານຊ້າງ ແມ່ນ ເຈົ້າ ມາບໍ່ຮອດ ສິບສອງພັນນາ ! ແມ່ນໍ້າ ທີ່ມີ ລ້ານຊ້າງ "百万大象繁衍的河流".


Credit Photo Mekong Lao Cruise

Credit Photo Lanexang Yunnan Cruise

Credit Photo Lanexang Yunnan Cruise

ນໍ້າມັນ(ດີບ) - Pétrole - Petrol
ເອົາໄປກັ່ນປະສົມສານເຄມີແລ້ວຈື່ງມາເປັນ ນໍ້າມັນເຊື້ອໄຟ

ກ່ອນຄົ້ນພົບນ້ຳມັນ ຍາມຄໍ່າຄືນຢູ່ໃນເຮືອນເພີ່ນ ໄຕ້ໄຟ ໄຕ້ຕະກຽງ ໄຕ້ໂຄມໄຟ ໂດຍໄຊ້ນ້ຳມັນໄຂປາວານ(baleine-whale) ຢູ່ທະວີບ ອາເມຣີກາ ຢູໂຣບ.
■ ສ່ວນບ້ານເຮົາ ເພີ່ນໄຕ້ທຽນໄຂເຮັດດ້ວຍຂີ້ເຜີ້ງ(ຜຶ້ງ) ແລະ ໄຕ້ກະບອງ ເຮັດດ້ວຍນ້ຳມັນຍາງ ຂີ້ຄັ່ງ (ໄມ້ຍາງ ໄມ້ໂດກ ໄມ້ຄັ່ງ ໄມ້ເພົາ) ປະສົມກັບໃບໄມ້ແຫ້ງ ຕັດເປັນຕ່ອນນ້ອຍໆ ໄຕ້ກະບອງ ເວລາເພີ່ນໄປເຍືອງກົບເຍືອງຂຽດ ໄປຊອນປາແກ້ວປາຊີວ.

ນ້ຳມັນໄດ້ຖືກຄົ້ນພົບໃນປີ 1859 ແລະ ໄຟຟ້າໄດ້ຖືກປະດິດຂຶ້ນໃນປີ 1879.

ໃຜຄົ້ນພົບນ້ຳມັນກ່ອນ?
ພັນເອກ Edwin Drake ເປັນຜູ້ຄົ້ນພົບນ້ຳມັນໂດຍການເຈາະບໍ່ນ້ຳມັນແຫ່ງທຳອິດໃນປີ 1859 ທີ່ເມືອງ Titusville ລັດ Pennsylvania ທີ່ປະເທດ ສະຫາຣັດອາເມຣີກາ ຈຸດເລີ່ມຕົ້ນຍຸກນ້ຳມັນຂອງໂລກ.

■ ໃນປີ 1901 ຢູໂຣບ (ຝຣັ່ງ ແລະ ອັງກີດ) ໄດ້ມາຊ່ວຍລົງທືນແລະເຈາະບໍ່ນ້ຳມັນໃຫ້ ຣາຊອານາຈັກ ແປກສ໌(Perse-Persia) ກ່ອນຈະເປັນ (ສາທາລະນະລັດອິສລາມຂອງອີຣ່ານ-République islamique d'Iran).
■ ໃນປີ 1927 ອັງກີດ - ຝຣັ່ງ - ສະຫາຣັດອາເມຣີກາ ໄດ້ມາຊ່ວຍລົງທືນແລະເຈາະບໍ່ນ້ຳມັນໃຫ້ ອີຣັກ-Irak
■ ໃນປີ 1932 ສະຫາຣັດອາເມຣີກາ ໄດ້ມາຊ່ວຍລົງທືນແລະເຈາະບໍ່ນ້ຳມັນໃຫ້ ຊາອຸດິອາຣາເບຍ-Arabie Saoudite ແລະ ...


ອາເມຣີກາເໜືອ
ອາເມຣີກາ - ການາດາ - ເມັກຊິໂກ
ອາເມຣີກາໃຕ້
ເອກວາດໍ - ເວເນຊູເອລາ
ເອີຣົບ
ນໍເວ - ອັງກິດ - ຣັດເຊຍ
ອາຟຣິກາ
ແອລຈີເຣຍ - ແອງໂກລາ - ລີເບຍ - ໄນຈີເຣຍ - ກາບອນ - ຊູດານ
ຕາເວັນອອກກາງ
ຊາອຸດິອາຣາເບຍ - ສະຫະລັດອາຣັບເອມີເຣດ - ອີຣັກ - ອີຣ່ານ - ຄູເວດ - ກາຕາ - ໂອມານ
ອາຊີຕາເວັນອອກສຽງໃຕ້
ອິນໂດເນເຊຍ
ປະເທດບໍ່ແມ່ນສະມາຊີກ
ປະເທດສະມາຊີກ
ປະເທດອາດີດສະມາຊີກ

ຮູ້ຕື່ມ ນໍ້າມັນ(ດີບ) - Pétrole - Petrol
ເອົາໄປກັ່ນປະສົມສານເຄມີແລ້ວຈື່ງມາເປັນ
ນໍ້າມັນເຊື້ອໄຟ-Carburant-Fuel

ນໍ້າມັນແອັດຊັງ-Essence-gasoline
SP98ພິເສດ ນໍ້າມັນແອັດຊັງ 1,582€
SP95-E10ທຳມະດາ ນໍ້າມັນແອັດຊັງ 1,492€

ປ້ຳນ້ຳມັນຢູຣົບ
ນ້ຳມັນກາຊວນ-Gasoil-Diesel
Diesel+ ພິເສດ ນ້ຳມັນກາຊວນ 1,520€
Diesel ... ... ທຳມະດາ ນ້ຳມັນກາຊວນ 1,401€

ປ້ຳນ້ຳມັນອາເມຣີກາ

ສັງເກດ ເພື່ອຄວາມປອດໄພຂອງເຈົ້າຂອງລົດ:
ທໍ່ນໍ້າມັນກາຊວນຈະໃຫຽ່ກວ່າທໍ່ນໍ້າມັນແອດຊັງ ທໍ່ນໍ້າມັນກາຊວນເຂົ້າຮູຖັງນໍ້າມັນລົດແລ່ນດ້ວຍແອດຊັງບໍ່ໄດ້
ສີທໍ່ນໍ້າມັນກາຊວນ ຕ່າງກັບ ສີທໍ່ນໍ້າມັນແອດຊັງ
ນໍ້າມັນແອດຊັງເພື່ອລົດທີ່ໃຊ້ຫົວທຽນຢູ່ຈັກ
ນໍ້າມັນກາຊວນເພື່ອລົດທີ່ບໍ່ມີຫົວທຽນຢູ່ຈັກ.

■ ການປະຕິວັດຢູ່ອີຣານໃນເດືອນກັນຍາ 1978 ຂອງພັກອິດສະລາມນໍາໂດຍ ອາຢາໂຕລາ ໂກມະນີ Ayatollah Khomeyni ເລີ່ມຕົ້ນຕໍ່ຕ້ານຕໍ່ ຣາຊະວົງ ປາລາວີ ຂອງກະສັດ ມາໂຮເມັດ ເຣຊາ ຊາห์ ປາລາວີ Mohammad Reza Chah Pahlavi (ຄອງຣາຊະບັນລັງ 1941 - 1979) ແລະ ພະອົງ ກໍໄດ້ຫຼົບໜີອອກຈາກປະເທດໃນເດືອນມັງກອນ 1979. ຫຼັງຈາກນັ້ນພັກອິດສະລາມກໍສັ່ງໃຫ້ ລາຄານໍ້າມັນຂື້ນ ຈົນເຖີງຜົນກະທົບເປັນ ວິກິດການນ້ຳມັນ ທົ່ວໂລກ 1979-1981.

>

Artist: Patrice Murciano

ລາວ
Laos

1 ອຸດົມໄຊ 2 ໄຊຍະບູລີ 3 ຊຽງຂວາງ 4 ຫົວພັນ 5 ບໍ່ແກ້ວ 6 ຜົ້ງສາລີ 7 ຫຼວງນ້ຳທາ 8 ຫຼວງພະບາງ 9 ວຽງຈັນ 10 ນະຄອນຫຼວງວຽງຈັນ 11 ຄໍາມ່ວນ 12 ສະຫວັນນະເຂດ 13 ໄຊສົມບູນ 14 ບໍລິຄຳໄຊ 15 ອັດຕະປື 16 ສາລະວັນ 17 ເຊກອງ 18 ຈຳປາສັກ
'ສບາຍດີ' SABAIDI LAOS     もしもし 'Moshimoshi' JAPAN     'annyeonghaseyo' 안녕하세요 KOREA     'Bonjour' FRANCE     'Hallo' GERMANY    'Welcome' ENGLISH     'Nǐ hǎo' 你好 CHINA     привет 'privet' RUSSIA     MALAIS 'Selamat Pagi'     'สวัสดี' Sawatdee THAILAND    'xin chào' VIETNAM     'សួស្តី ' suostei CAMBODIA    'ဟယ်လို' haallo MYANMAR     'Kamusta' PHILIPPINES
Powered by S C Mobile Optimized and Responsive Websites
'ຂອບໃຈ' KHOPCHAI LAOS   ありがとうございました 'arigatōgozaimashita' JAPAN   고맙습니다 'gomabseubnida' KOREA    'Merci' FRANCE    'Danke' GERMANY    ENGLISH 'Thank you'    CHINA 'Xièxiè' 谢谢    спасибо 'spasibo' RUSSIA    MALAIS 'Terima kasih'     'ขอบคุณ' Khopkhun THAILAND    'Cảm ơn bạn' VIETNAM     'សូមអរគុណ ' saum arkoun CAMBODIA     'ကျေးဇူးတင်ပါတယ်' kyaayyjuutainpartaalMYANMAR     'Salamat'PHILIPPINES

Commentaires

Posts les plus consultés de ce blog

ມິສແກຣນລາວ - Miss Grand International Laos

ບຸນຜາສາດຫີນ ວັດພູ | Festival de Wat Phou